ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ​ນຳ​ເຮືອ​ດຳ​ນ້ຳ​ລຳ​ໃໝ່​ລຸ້ນ Lada B-586 kronshtadt ເຂົ້າ​ປະຈຳການ

     ສຳນັກ​ຂ່າວ​ຕາ​​ສ ລາຍ​ງານ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ກອງທັບ​ຣັດ​ເຊຍ​ ໄດ້​ນຳ​ເຮືອ​ດຳ​ນ້ຳ​ໂຈມ​ຕີ​ລຸ້ນ Lada B-586 kronshtadt ເຂົ້າ​
ປະຈຳການ​ໃນ​ກອງທັບ ໃນ​ວັນ​ທີ 31 ມັງກອນ 2024, ໂດຍ​ເຮືອ​ລຸ້ນ​ນີ້ ​ເປັນ​ເຮືອ​ທີ່​ຂັບເຄື່ອນ​ດ້ວຍ​ພະລັງງານ​ນໍ້າມັນກາຊວນ-ໄຟຟ້າ
ເຊິ່ງ​ອອກ​ແບບ ແລະ ສ້າງໂດຍ​ອູ່​ຕໍ່​ເຮືອ Admiralty Shipyards ເຊິ່ງ​ເປັນ​ເຮືອ​ດຳ​ນ້ຳ​ລຳ​ທີ 2 ຂອງ​ເຮືອ​ຕະກຸນ Lada, ລຳ​ທີ 1 ແມ່ນ
B-585 Sankt Peterburg ຖືກ​ນຳ​ເຂົ້າ​ປະຈຳການ​ໃນ​ກອງທັບ​ເຮືອ​ຣັດ​ເຊຍ ທີ່​ຕັ້ງ​ຢູ່​ເຂດ​ພາກ​ເໜືອ​ຂອງ​ປະເທດ.

     ເຮືອ​ດຳ​ນ້ຳ B-586 ໄດ້​ຮັບ​ການ​ຜະລິດ ແລະ ພັດທະນາ​ ໂດຍ​ສຳນັກງານ​ອອກ​ແບບ​ກາງ​ດ້ານ​ວິທະຍາສາດ​ທາງ​ທະເລ Rubin
ສ້າງ​ຂຶ້ນ​ມາ​ເພື່ອ​ນຳ​ມາ​ທົດ​ແທນ​ເຮືອ​ດຳ​ນໍ້າລຸ້ນ​ເກົ່າ​ເຊັ່ນ: ໂຄງການ 613, ໂຄງການ 641 ທີ່​ປະຈຳການ​ໃນ​ທະເລ​ບານ​ຕິກ ແລະ ທະເລ​
ດຳ​ເປັນ​ຫຼັກ. ຕາມ​ແຜນການ​ຈະ​ມີ​ການ​ຜະລິດ​ເຮືອ​ດຳ​ນ້ຳ​ລຸ້ນ​ດັ່ງກ່າວ​ຈຳນວນ 20 ລຳ​ ເພື່ອ​ຮັບ​ໃຊ້​ເຂົ້າ​ໃນ​ກອງທັບ​ຣັດ​ເຊຍ ແລະ ມີ​
ຄວາມ​ຫວັງ​ຈະ​ຜະລິດ​ອອກ​ສູ່​ຕະຫຼາດ​ໂລກ​ໃນ​ອະນາຄົດ.

     ເຮືອ​ດຳ​ນ້ຳ​ລຸ້ນ Lada B-586 kronshtadt ຖືກ​ອອກ​ແບບ​ມາ​ໃຫ້​ມີ​ຄວາມ​ສາມາດ​ທີ່​ຫຼາກ​ຫຼາຍ ແລະ ທັນ​ສະ​ໃໝ, ເມື່ອ
​ທຽບ​ກັບ​ເຮືອ​ດຳ​ນ້ຳ​ລຸ້ນ​ເກົ່າ​ທີ່​ປະຈຳການ​ໃນ​ກອງທັບ​ຣັດ​ເຊຍ, ໂຄງ​ສ້າງ​ຂອງ​ເຮືອ​ແມ່ນ​ຜະລິດ​ດ້ວຍ​ເຫຼັກ​ກ້າ, ແຜ່ນ​ເຫຼັກ​ຂອງ​ເຮືອ​ສາ
ມາດ​ຕ້ານທານ​ກັບ​ສຽງ​ສະທ້ອນ​ໄດ້, ຕິດ​ຕັ້ງ​ໝໍ້​ໄຟຟ້າ synchronous ລຸ້ນ​ໃໝ່, ຕິດ​ຕັ້ງ​ລະບົບ​ອຳນວຍ​ຄວາມ​ສະດວກ​ແບບ​ອັດຕະ
ໂນ ມັດ​ລຸ້ນ Litiy, ຕິດ​​ຕັ້ງ​ລະບົບ​ກ້ອງ​ບັນທຶກ​ລຸ້ນ optronic ແລະ ລະບົບ​ສື່ສານ​ທີ່​ທັນ​ສະໄໝ​ລຸ້ນ Distantsiya.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/02/2024